“ຈົ່ງຄາດຝັນໃນສິ່ງທີ່ບໍ່ຄາດຫວັງ” — Unknown , Crພາບ: Google

ປະສົບການ(ທີ່ບໍ່ຄາດຄິດ) ໃນການລຸຍຕ່າງແດນ 6 ປະເທດ

Sakhone the Learner
4 min readSep 23, 2019

--

ບົດຄວາມນີ້ບໍ່ໄດ້ມີຈຸດປະສົງຢາກໂອ້ອວດການໄດ້ໄປຕ່າງປະເທດແຕ່ຢ່າງໃດ ແຕ່ມີຈຸດປະສົງຖ່າຍທອດປະສົບການທີ່ບໍ່ຄາດຄິດແລະເກີດຂຶ້ນຈິງກັບຜູ້ຂຽນເພື່ອໃຫ້ເປັນອຸທາຫອນ ແລະ ມີສະຕິ. ເນື່ອງບົດນີ້ມີຄຳບໍ່ສຸພາບຫຍາບຊ້າ ແລະ ຄຳເວົ້າ18+ ກໍ່ຂໍອະໄພມາຍັງທີ່ນີ້ດ້ວຍ

1.ເປີດສົດທີ່ມາເລເຊຍ

ດ໋ຽວໆ! ຢ່າຟ້າວຄິດໄປໄກ… ຂໍອະລາມພະບົດກ່ອນເດີ່ ຕອນນັ້ນແມ່ນໄປເຂົ້າຮ່ວມການແຂ່ງຂັນ ASEAN Impact Challenge2015 ໂດຍມີຕົວແທນປະເທດລະ2ທີມໃນ10ປະເທດອາຊຽນ ສຳລັບປະເທດລາວແມ່ນມີ2ທີມທັງໝົດ9ຄົນ(ອຸ່ນໃຈແລ້ວ ທີ່ມີຫຼາຍຄົນໄປນຳກັນ ຮາຮາ) ແຕ່ຊ່ວງນັ້ນມາເລເຊຍຈັດງານໃຫຍ່ໆຫຼາຍງານເຮັດໃຫ້ປີ້ຍົນຈາກລາວໄປມາເລຄ່ອນຂ້າງເຕັມ ຂ້ອຍກັບໝູ່ອີກໜຶ່ງເລີຍຈອງປີ້ຍົນໄປກ່ອນຄົນອື່ນໂດຍໄປທາງໄທແທນ ແຕ່ບັງເອີນໝູ່ຄົນນັ້ນກັບຄາເອົາພາສປອດໄປເຮັດວີຊ່າຈະໄປອາເມກາ. ໂອ້! ຫຍຸ້ງແລ້ວxູ ນີ້ຕ້ອງໄດ້ໄປຄົນດຽວຫວານິ! ກ່ອນມື້ເດີນທາງກະຣາຫູອົມຫຼືຈັ່ງໃດ ຈັບໄອໂຟນກັບໂນເກຍໄຟສາຍ ແລ້ວມີໂທລະສັບໜ່ວຍໜຶ່ງຫຼູດມື ແທນແທ່ນ! ໄອໂຟນນັ້ນເອງພ້ອມກັບໜ້າຈໍຮູບລາຍແມງມຸມ ຮາຮາຮາ ແລ້ວຕອນທີ່ໄປນອນຢູ່ໄທກະຢູ່ດີໆກະໂທລະສັບດັບ ອ້າວ! ເx້ຍ! xູແຮ່ງມາຄົນດຽວ…2ຊົ່ວໂມງຜ່ານໄປ ໂທລະສັບກະໄດ້ ທີ່ແທ້ກະວາຍຟາຍຢູ່ໂຮດສເທວໄວມັນເລີຍອັບເດດອັດຕະໂນມັດ ໂທ່! ອົກອີແປ້ນຈະແຕກ!

“A journey of thousand miles start with a single step” — Lao Tzu

ຕອນເຊົ້າອອກເດີນທາງກະຕື່ນເຕັ້ນເລັກນ້ອຍເຖິງປານກາງ ເພາະໄປຕ່າງປະເທດຄົນດຽວແລະຂີ່ຍົນຄັ້ງທຳອິດຂອງຊີວິດ ເຊິ່ງຊ່ວງນັ້ນຂ່າວກຳລັງດັງກະຄື ຍົນຕົກທີ່ມາເລເຊຍMH370 ສາຍການບິນດຽວກັນອີກ ເຫິ! ເຫິ! ກໍ່ພາວະນາຕັ້ງສະມາທິຈິດໃຈໄຫວ້ພະຮັບສິນຂໍໃຫ້ບໍ່ມີຫຍັງເກີດຂຶ້ນເດີ່ ແລະແລ້ວສິ່ງທີ່ບໍ່ຍາກໃຫ້ເກີດກໍ່ມາຈົນໄດ້ ຍົນທີ່ຂີ່ຕຳຂີ້ເຟື້ອຊິຈ໋ະ ອາລົມຄ້າຍໆລົດຕົກຂຸມ ແຕ່ອັນນີ້ຫົວໃຈຕົກຢູ່ຕາຕຸ່ມ ຊີວິດຢູ່ພຽງເສັ້ນດ້າຍ ໂອ້ຍ! ຊີວິດxູຢູ່ເທິງສາຍການບິນສີແດງໆນິແຫຼະ ສາບານຖ້າບໍ່ຈຳເປັນຈະບໍ່ຂີ່ສາຍການບິນນີ້ອີກ ອີຫຍັງຈະຊວຍຂະໜາດນີ້!. ສຸດທ້າຍກໍ່ຮອດສະໜາມບິນຢ່າງປອດໄພ.

“ບໍ່ອອກຈາກບ້ານ ບໍ່ເຫັນດ່ານແດນໄກ ບໍ່ໄປຫາຮຽນບໍ່ຮ່ອນມີຄວາມຮູ້” — ສຸພາສິດລາວ

ແຕ່ທີ່ພາດເລີຍຄືບໍ່ຮູ້ວ່າໂຮງແຮມຢູ່ໄກ ຕ້ອງຂີ່ລົດເມໄປອີກ ແລະ ຂີ່ລົດຕັກຊີ່ taxi ໄປອີກ, ໄອ້ເຮົາກໍ່ໄດ້ແຕ່ເປີດ Google Map ເຊິ່ງຄົນຂັບລົດຕັກຊີ່ກໍ່ບໍ່ຮູ້ໂຮງແຮມ ອ້າວ! ຕົກລົງລຸງບໍ່ຮູ້ ແຕ່ລຸງບອກຂຶ້ນລົດແລ້ວພາເລາະຊອກນິໃດ໋! ແລ້ວລາວຂັບລົດໄປແລ້ວຈອດ ລະກະຈັບໂທລະສັບຂ້ອຍໄປຖາມໝູ່ລາວ ລຸງງງ! ຊິບອກກັນກ່ອນກະບໍ ຕົກໃຈໝົດເລີຍ ໝົດຕົນໝົດໂຕກະໂທລະສັບໜ່ວຍດຽວນິແຫຼະ. ສຸດທ້າຍຍຍ! ໃນທີ່ສຸດກະຮອດໂຮງແຮມ 11ໂມງກາງຄືນລະກະໂທບອກຄອບຄົວວ່າ ຮອດໂຮງແຮມແລ້ວພ້ອມກັບສາລະພາບວ່າ “ເຮົາມາຄົນດຽວ” ເພາະຖ້າບອກກ່ອນວ່າມາຄົນດຽວຈະໄດ້ບົດເທດຈັກບົດ ບໍ່ຢາກຈະຄິດພາບ ກໍ່ເລີຍໄດ້ແຕ່ບອກໝູ່ກັບພີ່ນ້ອງ

“Some journey you must go alone”- Unknown

ສະຫຼຸບຄື ເປັນການເດີນທາງທີ່ໄດ້ເຮັດສິ່ງໃໝ່ໆເປັນຄັ້ງທຳອິດ(ເປີດສົດ ຮາຮາ)

2. ຖືກກັດຢູ່ໄທ

ຫຼັງຈາກທີ່ລຸຍດ່ຽວໄປມາເລເຊຍມາກໍ່ເລີຍຢາກລອງໄປແບັກແພັກBackpack(ການທ່ຽວແບບແບກກະເປົາເປ້), ສະຖານທີ່ທີ່ຢາກໄປແມ່ນອະໂຍທະຍາ ຫຼື ອະຍຸດທະຍາ Ayuddhaya ນັ້ນເອງ ເນື່ອງຈາກຊ່ວງມໍປາຍຕິ່ງປະຫວັດສາດແຮງ ເຖິງຂັ້ນໄປຢືມປຶ້ມຢູ່ຫໍສະໝຸດຊ່ວງພັກແລ້ງອ່ານໝົດໄປຫຼາຍເຫຼັ້ມສົມຄວນ. ແລະກໍ່ເບິ່ງໜັງລວມທັງຮູບເງົາທີ່ກ່ຽວກັບປະຫວັດສາດໄທເຊັ່ນ: ຕຳນານສົມເດັດພຣະນະເຣສວນ, ສຸຣິໂຍໄທ, ຂຸນເສິກ, ບາງຣະຈັນ, ຂ້າບະດິນ, ທະວິພົບ… ຕອນນີ້ທີ່ຍັງເປັນກະແສກໍ່ແມ່ນ ບຸບເພສັນນິວາດ.

“Life is begins in the end of comfort zone”

ຄັ້ງນີ້ເດີນທາງໄປກັບດ້ວຍລົດໄຟ ແລະ ໃຊ້ເວລາທ່ຽວຢູ່ອະຍຸດທະຍາ 4 ມື້ເອົາແບບຈຸໃຈໂລດ ແລ້ວສິ່ງທີ່ບໍ່ຄາດຄິດກໍ່ເກີດຂຶ້ນເມື່ອໄປທ່ຽວວັດແຫ່ງໜຶ່ງດ້ວຍລົດຖີບ ແລ້ວມີໝາຝູງໜຶ່ງໃນວັດ ແລະ ທຳອິດໝາໂຕທີໜຶ່ງກໍ່ຫຼຽວເບິ່ງແລ້ວກໍ່ມີຫຍັງເກີດຂຶ້ນ ທຸກຢ່າງກໍ່ປົກກະຕິດີ. ແຕ່…ເມື່ອໝາອີກໂຕເຫັນ ມັນກໍ່ເຫົ່າແລ້ວຈາກນັ້ນກໍ່ແລ່ນມາໃສ່ເປັນຝູງ ແລ້ວໝາມັນກໍ່ກັດ ບໍ່ແມ່ນໝາທຳມະດາອີກໃດ໋ ໝາວັດຊະດ້ວຍ ຮາຮາ(ໃສວ່າ ອະຍຸດທະຍາເປັນເມືອງທີ່ມີໄກ່ຫຼາຍ ໝາກໍ່ຫຼາຍພໍໆກັນ) ແລ້ວເຫັນໄມ້ກອງຢູ່ຂ້າງໆຮີບຫຍິບຂຶ້ນມາ ແລ້ວໝາກໍ່ເຊົາ (ໂອ້ຍ! ຮູ້ຊິຫຍິບໄມ້ມາແຕ່ໂຮງແຮມແລ້ວ ໂຮງແຮມຢູ່ອະຍຸດທະຍາຈະມີໄມ້ໃຫ້ຢືມ). ໂຊກດີທີ່ກ່ອນໜ້ານີ້ພົບໄກ້ນຳທ່ຽວຄົນໄທແລ້ວເອົາເບີລາວໄວ້ ກໍ່ເລີຍໂທຫາລາວ ລາວກໍ່ຊ່ວຍປະສານຕຳຫຼວດທ່ອງທ່ຽວໃຫ້ ຕຳຫຼວດທ່ອງທ່ຽວກໍ່ຂັບລົດພາໄປໂຮງໝໍ(ຄົນອະຍຸດທະຍາ ໂຄດດດດໃຈດີ) ສຳລັບເລື່ອງນັກທ່ອງທ່ຽວຈະຖືກໝາກັດເປັນເລື່ອງປົກກະຕິ. ທີ່ແປກແມ່ນຄົນອະຍຸດທະຍາຄິດວ່າຄົນລາວເປັນຕ່າງຊາດທີ່ບໍ່ເຂົ້າໃຈພາສາໄທ ເຂົາເຈົ້າເລີຍເວົ້າອັງກິດໃສ່ ໄອ້ເຮົາກໍ່ຕອບອັງກິດຄືນແລະກໍ່ບອກພ້ອມວ່າເວົ້າໄທກໍ່ໄດ້ເຂົ້າໃຈຫຼາຍຢູ່.

ທຣິບໃນຝັນຈະຕ້ອງມາຖືກໝາກັດ ຮາຮາ ແຕ່ກໍ່ໂດຍລວມເປັນທຣິບທີ່ດີທຣິບໜຶ່ງໃນຊີວິດ

3. ແຄັ໋ມຢູ່ສິງກະໂປ

ເມື່ອເອີ່ຍວ່າ ປະເທດສິງກະໂປ ຫຼາຍຄົນກໍ່ຕ້ອງນຶກເຖິງຕຶກໃຫຍ່ໆ ມີສະຖາປັດຕະຍະກຳທີ່ທັນສະໄໝ ແຕ່ມັນບໍ່ແມ່ນກັບໂຄງການນີ້ ເພາະມັນເປັນການຕັ້ງແຄັ໋ມແລະ ໂລເຄຊັ່ນໂຄດດີ ຮາຮາ ປະຊົດເວີ່ຍ!

ເນື່ອງຈາກທີ່ຕັ້ງໃກ້ຊາຍແດນມາເລເຊຍ(ເອົາແລ້ວ! ສູຢ່າມີເສິກກັນຕອນນີ້ເດີ່) ແລ້ວມັນເປັນທາງຜ່ານເຄື່ອງບິນແລະເປັນເຂດທີ່ເຂົາເຈົ້າບິນຕຳ່ ເຮັດໃຫ້ໄດ້ຍິນສຽງຍົນໂຄດດັງ ແລ້ວມື້ຕໍ່ໆມາໄດ້ເຮັດກິດຈະກຳນອກແຄັ໋ມແລ້ວຂີ່ລົດຜ່ານຈຶ່ງຮູ້ວ່າມັນໃກ້ປ່າຊ້າ3ແຫ່ງ-ຂອງສາສະໜາເຕົ໋າ, ມຸສລິມ, ຄຣິສ (ໂອ້!ຕາຍ! ຢ່າມາຫຼອກມາຫຼອນກັນເດີ່ ຈາກກາບໄຫວ້ກ່ອນນອນທຳມະດາ ຈາກນັ້ນກໍ່ມາເພີ່ມເວີຊັ່ນພາສາອັງກິດຕື່ມອີກ ຮາຮາ). ຕັດເລື່ອງມາທີ່ຫ້ອງນອນ ຫ້ອງນອນກະອາລົມປະມານຫໍພັກໃນທີ່ມີຕຽງ2ຊັ້ນຢູ່ປະມານ 8ຕຽງ ນອນນຳກັນມີປະມານ15ຄົນ ແຕ່ໝົດຫ້ອງມີຮູປັກສຽບຮູດຽວ ຍັງດີທີ່ໝູ່ຄົນລາວເອົາກໍ້ປັກສຽບໄປນຳ ແຕ່ທີ່ທໍລະມານກວ່ານັ້ນແມ່ນມົນລະພິດທາງກິ່ນ ກິ່ນອັບຂອງຫ້ອງວ່າໜັກແລ້ວ ຍັງບໍ່ໜັກເທົ່າກິ່ນຕົວ (ເພາະສ່ວນໃຫຍ່ຄົນທີ່ຢູ່ຫ້ອງນີ້ເປັນຄົນອິນໂດ ແລະ ມາເລ ອາຫານຫຼັກເຂົາເຈົ້າແມ່ນກະຫຼີ່ ເລີຍເຮັດໃຫ້ເຂົາເຈົ້າມີກິ່ນໂຕແຮງ) ກິ່ນໂຄດປຸກກກ! ຈັ່ງແມ່ນເຕົ່າຫຼາຍ ເອົາໄປປ່ອຍວັດຄົງຈະດີ ຮາຮາ; ແລ້ວກິດຈະວັດປະຈຳຂອງຜູ້ທີ່ນັບຖືມຸສລິມແມ່ນສວດມົນ ສວດ5ຄັ້ງຕໍ່ມື້ຕໍ່ຄົນ ແລ້ວເປັນສິບຄົນອີກ ນອນຕອນຄ່ອນແຈ້ງແລ້ວໄດ້ຍິນສຽງສວດມົນເຂົາເຈົ້າແລ້ວຮູ້ສຶກອາລົມແບບຫຼອນໆຈັ່ງໃດບຸ. ແລ້ວໃນລະຫວ່າງໂຄງການ ຄົນລາວ10ຄົນ ປ່ຽນກັນເປັນຫວັດ 9ຄົນ, ໄອ້ເຮົາມື້ກັບລາວຈົນເວົ້າບໍ່ມີສຽງ.

ໂຄງການນີ້ບໍ່ໄດ້ມີເລັກເຈີ່ ສົນທະນາອີຫຍັງທີ່ຈິງຈັງ ຫຼື ຕ້ອງເຄັ່ງຄຽດຫຍັງ ແຕ່ເປັນໂຄງການທີ່ໃຊ້ການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມອ້ອມຂ້າງແລະຕ້ອງສູ້ຊົນ ເຂົ້າໃຈຄຳວ່າ “ແຄັ໋ມ camp” ຢ່າງຖ່ອງແທ້ກໍ່ແມ່ນໂຄງການນີ້ແຫຼະ.

“It’s not the strongest but the most adaptable that survive” — Chales Darwin

4. ຂີ່ຕຸກໆຢູ່ກຳປູເຈຍ

ເລື່ອງມັນມີຢູ່ວ່າ ເມື່ອລົງຍົນທີ່ສະໜາມບິນທີ່ພະນົມເປັນ ກໍ່ຕ້ອງຫາວິທີໄປໂຮງແຮມ ແລ້ວກໍ່ເຫັນມີຕຸກໆປະຈຳສະໜາມບິນ ທີ່ມີລາຄາເລີ່ມຕົ້ນ 8 ໂດລ່າ, ຕອນນັ້ນຟ້າບົດພາຍຸເຂົ້າ ຝົນກຳລັງຈະຕົກ ເຮົາກໍ່ລົມກັບຕຸກໆຕົກລົງລາຄາໄດ້ທີ່ 10 ໂດລ່າ(ພໍດີມີໃບ10ໂດລ່າໃບໜຶ່ງ ແລະ ທີ່ເຫຼືອແມ່ນໃບ100ໂດລ່າ ຕິດກະເປົາ) ຕອນນັ້ນກໍ່ບໍ່ເອະໃຈຫຍັງ. ພໍຮອດໂຮງແຮມປຸ໋ບ ເອົາກະເປົ໋າລົງກໍ່ຈ່າຍເງິນ 10 ໂດລ່າ ແລ້ວ

ຄົນຂັບລົດຕຸກໆກໍ່ຂໍເງິນທິບ (ຄິດໃນໃຈຢູ່ວ່າ: ໂອ້ຍ! ມາຂໍທິບຫຍັງນິ?)

ແລ້ວກໍ່ຕອບລາວວ່າ: “ຂ້ອຍບໍ່ມີເງິນທິບໃຫ້”.

ລາວກໍ່ອອກອາການບໍ່ຢາກພໍໃຈລະກະເວົ້າອີຫຍັງບຸແຫຼະບໍ່ຈື່ແລ້ວ, ເອົາແລ້ວxູຈະເຮັດແນວໃດດີຫວະ? ຕອນນັ້ນທີ່ຄິດອອກໃນຫົວແລ້ວເຮັດເລີຍກໍ່ຄື ເອົາໃບ2000ກີບນິແຫຼະໃຫ້ລາວລະກະເວົ້າວ່າ “ຂ້ອຍເອົານີ້ໃຫ້ເປັນທີ່ລະລຶກເດີ່ເປັນເງິນກີບລາວ“ .

ທຳອິດນຶກວ່າຊິຈົບ! ລາວກໍ່ຖາມວ່າ “ມັນເທົ່າກັບຈັກໂດລ່າ?“… ຖາມມາແບບນີ້ຮູ້ສຶກແປກໆ

ດ້ວຍຄວາມຊື່ ເຮົາກໍ່ຕອບໄປວ່າ “0.25 ໂດລ່າ”

ຄົນຂັບລົດ: “ຄືໜ້ອຍແທ້!!!”

ຂ້ອຍ(ຄິດໃນໃຈ): ເອົາລ໊ະ! xູເປັນຄົນຕ່າງປະເທດກໍ່ຈິງແຕ່xູຍັງເປັນນັກສຶກສາແບມືຂໍເງິນພໍ່ແມ່ຢູ່ນິ!

ຄົນຂັບລົດ: Ok ok thank you (ເວົ້າແບບບໍ່ພໍໃຈ ແລ້ວລາວກໍ່ໜີ)

“Have stories to tell, not stuffs to show” – Unknown

ຫຼັງຈາກຈົບໄປກໍ່ຍັງເຄືອງຄົນຂັບຕຸກໆຢູ່ໃດ໋ ກໍ່ເລີຍລອງຫາຂໍ້ມູນໃນກູໂກ່Google ຈຶ່ງຮູ້ວ່າ ເຮີ້ຍ! ການໃຫ້ທິບຄົນຂັບລົດຕຸກໆໃນກຳປູເຈຍເປັນວັດທະນະທຳອັນໜຶ່ງ.

ຫຼາບຈາກການຂີ່ຕຸກໆຕັ້ງແຕ່ມື້ທຳອິດທີ່ຢຽບຮອດແດນຂະເໝນເລີຍ ຫຼັງຈາກນັ້ນກະເປີດ Google Map ບ່ອນໃດໃກ້ໆ ຕຳ່ກວ່າ 2km ນິລະຍ່າງໂລດ(ບາດກັບທີ່ພັກກະປວດຂາໂລດແຫຼະ). ແຕ່ ບາງສະຖານທີ່ກະຢາກໄປພັດຢູ່ກະແຈກກະຈາຍກັນ ກະເລີຍຕັດສິນໃຈເຊົ່າລົດຈັກ1ມື້ແລ້ວເລາະ ເພາະໃນນັ້ນມີ ຕວນສະເລງ Tuol Sleng ຫຼືອີກຊື່ວ່າ ທົ່ງສັງຫານ Killing Field (ສ່ວນຕົວເປັນຄົນມັກສະຖານທີ່ ທີ່ກ່ຽວກັບປະຫວັດສາດເຊັ່ນ: ວັດ, ເຈດີ, ພິພິທະພັນ…) ທີ່ຢູ່ຫ່າງອອກໄປ 15km. ກຳປູເຈຍຂັບເບື້ອງຂວາ ກໍ່ເລີຍອຸ່ນໃຈໜ້ອຍໜຶ່ງ ແຕ່ສະພາບລະບຽບຈາລະຈອນຢູ່ກຳປູເຈຍບອກໄດ້ເລີຍວ່າເກືອບຊຳ່ຫວຽດນາມ ຈັກສຽງແກ ບໍ່ເປີດໄຟລ້ຽວ ຂັບຕັດໜ້າ ແຕ່ທີ່ງົງກວ່ານັ້ນຄື: ເວລາຢູ່ 4 ແຍກ ທີ່ມີສັນຍານໄຟອຳນາດ ຖ້າເບື້ອງເຮົາໄຟຂຽວ ເບື້ອງກົງກັນຂ້າມກໍ່ຂຽວ (ໂອເຄ…ສະແດງວ່າຖ້າເຮົາຈະໄປຊື່ ແມ່ນຈະເອ໋ກັບຜູ້ທີ່ຈະລ້ຽວຊ້າຍເບື້ອງກົງກັນຂ້າມ) ແຕ່ກໍ່ແປກທີ່ເຂົາເຈົ້າບໍ່ຕຳກັນ ແລ້ວແບບຖ້າຈະເອ໋ກັນກະເບິ່ງໜ້າກັນລະກະໄປພໍໃຜພໍມັນ. ຈາກນັ້ນຕອນແລງກໍ່ໃຕ້ຕາລົດ ແລ້ວມາຮູ້ຕາມຫຼັງວ່າ ຕາລົດບໍ່ໄດ້ ຮືໆ…ຫຍຸ້ງອີກລະ ລະກະຕ້ອງໄດ້ເປີດໄຟສາຍຈາກໂທລະສັບເອົາ. ເວລາເອົາລົດຈັກໄປສົ່ງຮ້ານ ຜູ້ໃຫ້ເຊົ່າກໍ່ບອກວ່າຢ່າງດີໆເດີ່ ທາງຢາກປ່ຽວ(ຢູ່ກຳປູເຈຍ ທາງປ່ຽວມືດໆອີຫຼີ) ໃຫ້ເອົາກະເປົາພາຍທາງໃນ ແລ້ວຈຶ່ງໃສ່ເສື້ອແຂນຍາວທາງນອກ ຢ້ານມີຄົນດຶງກະເປົາໃດ໋ (ຄິດໃນໃຈ: ຮືມມມ…ບໍ່ໜ້າມາເລີຍ)

ປົກກະຕິກໍ່ຈະລະວັງເລື່ອງຄວາມແຕກຕ່າງດ້ານວັດທະນະທຳຢູ່ແລ້ວ. ແຕ່ເທື່ອນີ້ໂຄດຊະລ່າໃຈ ເພາະຄິດວ່າກຳປູເຈຍກະຊິຄ້າຍໆລາວ ບໍ່ໜ້າມີຫຍັງເປັນຫ່ວງ. ສະນັ້ນສິ່ງນີ້ເຮັດໃຫ້ຮູ້ເຖິງ ຄວາມເຂົ້າໃຈໃນຄວາມແຕກຕ່າງທາງດ້ານວັດທະນະທຳ Cross-cultural understanding.

5. ເຂົ້າຜິດຮ້ານທີ່ຢີ່ປຸ່ນ

ດ້ວຍຄວາມທີ່ຕົນເອງເປັນໂອຕາຄຸສາຍໂທກຸຊັສສຶTokusatsu ໂດຍສະເພາະ ໄຣເດີ່Rider(ຫຼືຮູ້ຈັກກັນໃນນາມ ໄອ້ມົດແດງ) ແລະ ເຊັນໄຕSentai(ຫຼື ຂະບວນການຫ້າສີ) ກໍ່ເລີຍຢາກຊື້ຫຸ່ນໂມເດວຟິກເກີ່ Figureມາສະສົມ ແລ້ວເຂດທີ່ໄປກໍ່ແມ່ນແດນອະນິເມະທີ່ມີສິນຄ້າກ່ຽວກັບກາຕູນຫຼາກຫຼາຍ

ໃນຂະນະທີ່ເຂົ້າໄປຮ້ານແຫ່ງໜຶ່ງ ຢູ່ບໍລິເວນຊັ້ນ1ກໍ່ມີພວກເສື້ອຄອສເພCosplay ເຊັ່ນ: ເລື່ອງDragon Ball, One Piece…ແລ້ວກໍ່ເຫັນປ້າຍວ່າ ຊັ້ນ1 ແມ່ນເສື້ອ, ຊັ້ນ 2–3 ແມ່ນແຜ່ນຊີດີ CD, ຊັ້ນ 4–5 ແມ່ນ Love toys (ຕອນນີ້ທຸກຢ່າງກໍ່ປົກກະຕິດີ ບໍ່ໄດ້ເອະໃຈຫຍັງ)

ທ້າວກໍ່ເລີຍຮີບຂຶ້ນໄປຊັ້ນ2 ແລ້ວເມື່ອເຫັນກໍ່ Oh! My god! ເຊັ້ຍ! ນີ່ມັນແຜ່ນຊີດີໜັງຜູ້ໃຫຍ່😱 ຫຼັງຈາກນັ້ນ ກໍ່ຊັ່ງຊາຢູ່ວ່າຈະໄປຕໍ່ຫຼືກັບ ເອົານ໊ະ!ລອງຂຶ້ນໄປຊັ້ນ4ເບິ່ງດຸ ມັນຂາຍຫຍັງກັນແທ້?…ພໍຮອດຊັ້ນ4 ຈຶ່ງເຂົ້າໃຈວ່າ: Love toys ແມ່ນ Sex toys ນິເອງ; ໂອ້ຍ!ເຫັນແລ້ວເກີດອາລົມ(ຢ່າຄິດເລິກ…ອາລົມຫງຸດຫງິດນິແຫຼະ ຫູຍຍຍ!ມາຜິດຮ້ານ ເສຍເວລາ ຖ້າເວລາເຫຼືອຫຼາຍ ກໍ່ວ່າໄປຍ່າງ) ແລ້ວຕອນຂຶ້ນແມ່ນຍ່າງຂຶ້ນຂັ້ນໄດເລື່ອນ ແລ້ວເວລາລົງເປັນຂັ້ນໄດຍ່າງລົງທຳມະດາ ຮາຮາ(ໂອ້! ການຕະຫຼາດດີເນາະ). ຕ້ອງບອກເລີຍວ່າທີ່ຢີ່ປຸ່ນ ວົງການໜັງແປງຣ່າງຜູ້ໃຫຍ່ສ້າງລາຍໄດ້ມະຫາສານ ແລະ ເປັນສິ່ງເທົາໆ, ເລື່ອງນີ້ບໍ່ຮູ້ຫຼາຍປານໃດ ແຫະໆ😆

“Time flies. It’s up to you to be the navigator” – Robert Oben

6. ທົດສອບຮ່າງກາຍທີ່ພູຖານ(Bhutan)

ໃນມື້ສຸດທ້າຍທາງໂຄງການMekong Business Challenge 2018 ຄະນະຈັດໄດ້ພາໄປຍ່າງຂຶ້ນເຂົາຢູ່ Tiger Nest ທີ່ເປັນສັນຍາລັກຂອງປະເທດພູຖານ. ຕອນເດີນທາງໄປ ດ້ວຍຄວາມເຄີຍຊິນກໍ່ຫຼິ້ນໂທລະສັບຕາມສະໄຕລ ປົກກະຕິນັ່ງລົດເມຫຼືລົດຕູ້ເດີນທາງໄກກໍ່ເຮັດເປັນປະຈຳ ແຕ່ລະຫວ່າງທາງຂ້ອຍກໍ່ໄດ້ສ້າງວີລະກຳໄວ້ຄື ອາຫານທີ່ກິນຕອນເຊົ້າອອກທາງເກົ່າ(ຂໍອະນຸຍາດເດີ່ ເພາະບໍ່ຮູ້ຊິໃຊ້ຄຳໃດອະທິບາຍດີ)!!! ເນື່ອງຈາກປະເທດພູຖານເປັນປະເທດນ້ອຍໆ ແຕ່ມີພູຫຼາຍ ທາງກໍ່ເລີຍຄົດໂຄ້ງແລະແຄບ ໂຫດກວ່າທາງໄປວັງວຽງອີກ ບາງໂຄ້ງເປັນມຸມ270ອົງສາເລີຍກະວ່າໄດ້, ຫຼັງຈາກມັນໝູ່ຄູ່ກໍ່ບອກໄປນັ່ງໜ້າສຸດ (ແລ້ວອາລົມປະມານວ່າ ເອົາເຈັ້ຍເສັງໃຫ້ໝູ່ກ່າຍ ແລ້ວຖືກໄລ່ໄປນັ່ງທາງໜ້າຄົນດຽວ ແລ້ວບໍ່ໄດ້ລົມກັບໃຜ ຮາຮາ)…OK! ນັ່ງກະນັ່ງແຕ່ເຮີ້ຍ! ຂໍດີຄື ໄດ້ເຫັນວິວໂຄດດດດດ(ດ ລ້ານໂຕ ຮາຮາ)ງາມມມມ(ມ ອີກລ້ານໂຕ). ຂະນະຢູ່ລົດ ຄົນພູຖານເວົ້າວ່າຍ່າງໄປກັບ3ຊົ່ວໂມງຍ່າງໄປກັບ ແລະ ເຂົາເຈົ້າກໍ່ຖາມວ່າ ມີໃຜຢາກຂີ່ມ້າຂຶ້ນເຂົາບໍ່? ແລ້ວທຸກຄົນກໍ່ຄິດວ່າຄົງບໍ່ຈຳເປັນເລີຍປະຕິເສດໄປ…ຫຼັງຈາກນັ້ນກໍ່ຍ່າງຂຶ້ນ Tiger Nest ປາກົດວ່າ 3ຊົ່ວໂມງຜ່ານໄປຫາກໍ່ຮອດເຄິ່ງທາງ ຫຼິ້ນເອົາຂາປັ້ນຍ່າງຈົນບໍ່ໄຫວ ກໍ່ເລີຍຕັດສິນໃຈຢູ່ພັກກິນເຂົ້າບ່ອນເຄິ່ງທາງ ກັບໝູ່ຄົນໜຶ່ງ (ທິ້ງໄວ້ກາງທາງ ຮາຮາ). ທີ່ເຫຼືອຍ່າງຂຶ້ນເຂົາຕໍ່ ແຕ່ເທື່ອນີ້ມ້າຈະບໍ່ຂຶ້ນ ເພາະທາງມັນຊັນຕ້ອງຍ່າງຢ່າງດຽວ ແລ້ວຜ່ານໄປອີກ5ຊົ່ວໂມງຈຶ່ງເຫັນໝູ່ກັບມາ ແລ້ວສະພາບແຕ່ລະຄົນຈົນໄດ້ດົມຢາແລະຕິດຢາຕິດຫົວ ໂທ່!ຄິດຖືກລະແຫຼະທີ່ບໍ່ໄປຕໍ່ ບໍ່ຊັ້ນລະກັບລາວແບບໝົດສະພາບແທ້! ງຶດວ່າຄົນປະເທດເຂົາຍ່າງໄປກັບ 3 ຊົ່ວໂມງ ບາດພວກເຮົາ 8 ຊົ່ວໂມງ (ໂອ້ ຫຼາບລະເດີ່ ຊິບໍ່ຍ່າງທ່ຽວຂຶ້ນເຂົາອີກແລ້ວ).

“Sometimes it’s hard to climb to the peak but the view always beautiful” – Sakhone

ທິ້ງທ້າຍ

ທີ່ເຫຼົ່າມາເປັນປະສົບການເດັດໆຈາກແຕ່ລະປະເທດທີ່ໄປ ຖ້າເວົ້າປະສົບການເລັກໆນ້ອຍໆອີກແມ່ນນັບບໍ່ຖ້ວນເຊັ່ນ: ເຄື່ອງໄອທີມີບັນຫາກ່ອນມື້ເດີນທາງ(ວິນໂດຄອມມີບັນຫາ, ຕໍ່ວາຍຟາຍ(wifi) ບໍ່ໄດ້, ສາຍສາກໂທລະສັບຂາດ…), ຫຼົງສະໜາມບິນ, ປ່ຽນປີ້ຍົນ, ຖືກ ຕມ (ຕຳຫຼວດກວດຄົນເຂົ້າເມືອງ) ຮ້າຍ/ເວົ້າສຽດສີ, ຖືກເອີ້ນຊື່ Final Call ຢູ່ສະໜາມບິນ, ເງິນໝົດ…ທຸກໆຄັ້ງທີ່ເດີນທາງຈະມີເລື່ອງປວດຫົວແລະຕື່ນເຕັ້ນມາແກ້ຕະຫຼອດເລີຍ.

“Life is more than work. Travel is more than vacation” — Unknown

ຢາກແນະນຳວ່າ ການໄປຕ່າງປະເທດຕ້ອງຕຽມໂຕເລື່ອງຂໍ້ມູນ, ຢາ, ເຄື່ອງນຸ່ງ, ເຄື່ອງໃຊ້ ໃຫ້ເໝາະກັບສະພາບຂອງປະເທດນັ້ນໆຍິ່ງເປັນການດີ

“Life is a journey, not destination”- Unknown

ນີ້ພຽງສ່ວນໜຶ່ງຂອງການເດີນທາງເທົ່ານັ້ນ ແຕ່ຍັງມີເລື່ອງໃຫ້ທົດສອບ ໃຫ້ໄດ້ຕັດສິນໃຈ ເລືອດສູບສີບຕື່ນເຕັ້ນຕະຫຼອດ ສຸດທ້າຍຄືຢາກໃຫ້ມີສະຕິດີໆກຽມພ້ອມທຸກໆສະຖານະການ ມັນຈະເປັນສິ່ງທົດສອບທັກສະການແກ້ໄຂສະເພາະໜ້າ ແລະ ການເອົາຕົວລອດ

“ສະຕິ ມາ ປັນຢາ ເກີດ, ສະຕິ ຕະເຫຼີດ ຈະເກີດ ບັນຫາ” — Unknown

ຂໍຂອບໃຈ

--

--

No responses yet