Iceberg Challenge ໂດຍສາຄອນ

Sakhone the Learner
2 min readAug 10, 2019

--

ພໍໄດ້ຍິນວ່າ Stella ຈະມີ Iceberg Challenge ທີ່ໃຫ້ຂຽນກ່ຽວກັບສິ່ງທີ່ເຮົາຍັງເຮັດບໍ່ໄດ້ດີ ຫຼື ຍັງບໍ່ສຳເລັດ ແຕ່ເຮົາກໍ່ຍັງພະຍາຍາມເຮັດມັນຢູ່ ເລີຍຢາກຂຽນທັນທີ ແຕ່ຕອນນັ້ນຍັງບໍ່ແນ່ໃຈວ່າຈະຂຽນຫຍັງດີ (ເພາະຫຼາຍແຮງ ຮາຮາ), ທຳອິດຄິດວ່າ ຈະຂຽນເລື່ອງທຶນດີບໍ່ຫວະ🤔? ໂອ້! ຢ່າແຫຼະ ຂຽນຫຼາຍແລ້ວ 55555. ກ່ອນໜ້ານີ້ກໍ່ຕັດສິນໃຈໂພສໃນເຟສບຸກສ່ວນຕົວໄປແລ້ວ ຕອນນີ້ເລີຍຢາກເອົາມາແປງເປັນບລ໋ອກໄວ້

ພໍຄິດໄປຄິດມາແລ້ວ ໂອ້! ເຮົາຍັງມີໂຕນີ້ໃດ໋ ທີ່ໂຕເອງບໍ່ຖະໜັດ ແລະ ພະຍາຍາມພັດທະນາຕະຫຼອດມາກໍ່ຄື: “ ທັກສະການສື່ສານແລະການເວົ້າ”.

ກ່ອນອື່ນຂໍທ້າວຄວາມກັນກ່ອນ ໂຕເອງຕັ້ງແຕ່ນ້ອຍມາຈົນ ຮຽນປີ1 ເປັນຄົນບຸກຄະລິກແບບເກັບຕົວ Introvert (ບໍ່ຮູ້ວ່າພາສາລາວຈະແປ ແນວໃດດີ?) ແລ້ວເປັນເດັກຮຽນ, ໜອນໜັງສື ແລະ ໂຄດເນີດ Super Nerdy ແບບນິ່ງໆ, ບໍ່ທັກກ່ອນ, ຕອບແຕ່ ແມ່ນ ຫຼື ບໍ່(Yes or No) ແມ້ກະທັ່ງໝູ່ຫຼິ້ນມຸກ ເຮົາຍັງບໍ່ເກັດ ຮາຮາ.

ຈຸດປ່ຽນທີ 1 ແມ່ນຕອນ ມ.6 ທີ່ໄດ້ຮັບໂອກາດຮັບອາສາສະໝັກເກົາຫຼີ ຢູ່ສູນຊາວໜຸ່ມແຂວງວຽງຈັນ. ເຖິງແມ້ຈະຮຽນພາສາອັງກິດຄ່ອນຂ້າງເກັ່ງ ແລະ ອາຈານສອນເປັນຄົນເຢຍລະມັນ ແຕ່ພໍໄປໃຊ້ສະຖານະການຈິງກັບອາສາສະໝັກເກົາຫຼີແລ້ວ ກັບເປັນຄົນລະເລື່ອງເລີຍ. ໝູ່ເກົາຫຼີ ເວົ້າມາ ເຮົາເຂົ້າໃຈແລະຮູ້ວ່າຈະຕອບແນວໃດເປັນພາສາລາວ ແຕ່ເວົ້າອັງກິດບໍ່ອອກ. ປະສົບການຄັ້ງນັ້ນເປັນປົມດ້ອຍໜຶ່ງມາເລີຍ.

ຕອນສຳພາດທຶນໃໝ່ໆ ຍິ່ງແລ້ວເລີຍ ບໍ່ກ້າສົບຕາ, ຍິ້ມບໍ່ອອກ, ສັ່ນ, ກະວົນກະວາຍ, ນັ່ງບໍ່ຖືກທ່າ… ແລ້ວຕາມເຄີຍກະຄື ຖາມຄຳຕອບຄຳ ຖາມYes/No questionມາກະຕອບYes/No ຫັ້ນແຫຼະ ແລ້ວບໍ່ເວົ້າຫຍັງຕື່ມ ຮາຮາ.

ຊ່ວງປີ 2 ໄດ້ເຫັນໝູ່ຄູ່ຫຼາຍຄົນຂຶ້ນນຳສະເໜີບົດຮຽນ ເລີຍຮູ້ສຶກປະທັບໃຈໃນຄວາມໝັ້ນໃຈຂອງເຂົາເຈົ້າ. ແລ້ວຖາມໝູ່ຈຶ່ງຮູ້ວ່າ ເຂົາເຈົ້າເຂົ້າກຸ່ມອາສາສະໝັກ ເລີຍຕັດສິນໃຈສະໝັກອາສາສະໝັກຕ່າງໆ ເພື່ອພັດທະນາທັກສະໂຕເອງ ໂດຍສະເພາະການສື່ສານ. ໄດ້ຄ່ອຍໆພັດທະນາທັກສະໄປ ຜ່ານການເຮັດກິດຈະກຳ, ຫຼື ເວີກຊ໋ອບກໍ່ມັກຈະມີ ກິດຈະກຳລະລາຍພຶດຕິກຳ (Ice breaking), ການໄດ້ສົນທະນາຜ່ານຫົວຂໍ້ຕ່າງໆ. ນອກນັ້ນແລ້ວຍັງໄດ້ເຫັນນັກສ້າງແຮງບັນດານໃຈ ແລະ ຜູ້ທີ່ປະສົບຜົນສຳເລັດຕ່າງໆ ເຮົາກໍ່ສັງເກດວິທີການເວົ້າ, ການໃຊ້ຄຳ, ການຕອບຄຳຖາມຕ່າງໆ.

ເຄີຍເຮັດໂປຣເຈັກໄວໜຸ່ມ ທີ່ເປັນສຳມະນາ ຫຼື ເວີກຊ໋ອບ ທີ່ມີການໄລຟຜ່ານຊ່ອງທາງເຟສບຸກໄປນຳ ເຊິ່ງອນທຳອິດກໍ່ມີຂໍ້ຜິດພາດທາງເທັກນິກຫຼາຍເລີຍ ແຕ່ກໍ່ຮູ້ພັດທະນາຂຶ້ນທຸກໆຄັ້ງ ບໍ່ວ່າຈະເປັນ ການສົບຕາກັບແຂກ ສົບຕາກັບກ້ອງ, ການພະຍາຍາມສື່ສານ ໂປຣໂມດຊ່ອງທາງອອນລາຍໄປນຳ.

ສິ່ງທີ່ມັກທີ່ສຸດ ກໍ່ການໄດ້ເປັນພິທີກອນການເສວະນາ (Moderator) ທີ່ໄດ້ມີໂອກາດສຳພາດແຂກຮັບເຊີນ (guest speaker) ທີ່ຫຼາກຫຼາຍບໍ່ວ່າຈະເປັນ ໄວໜຸ່ມ, ອາສະສະໝັກ, ນັກທຸລະກິດ ແລະ ນັກພັດທະນາສັງຄົມຕ່າງໆ ທີ່ມີທັດສະນະຄະຕິຫຼາກຫຼາຍ. ເຮົາເອງກໍ່ໄດ້ຝຶກທັກສະ ການເວົ້າ, ການຖາມ, ການຟັງເພື່ອຈັບໃຈຄວາມ (ນອກນັ້ນຍັງຕ້ອງພະຍາຍາມຫາຈຸດເຊື່ອມຕໍ່ທີ່ຈະລິ້ງໄປຫາຄົນອື່ນ ຫຼື ຄຳຖາມຕໍ່ໄປ)

ອີກໜຶ່ງຢ່າງທີ່ເປັນປະສົບການບໍ່ດີຄື ການໄປເປັນລ່າມແປພາສາໃນບາງງານ ແລ້ວຮູ້ສຶກວ່າໂຕເອງບໍ່ເໝາະອີຫຼີ. ເຮົາຟັງເຂົ້າໃຈ ແຕ່ແປອອກມາຊ້າ ແລະ ບາງເທື່ອແປໃຫ້ຄົນອື່ນເຂົ້າໃຈເປັນສິ່ງທີ່ຍາກຫຼາຍ.

“A good relationship starts with good communication”

ຫຼາຍໆຄົນຄົງເຫັນຂ້ອຍໄປແຂ່ງແຜນທຸລະກິດ, ໄປນຳສະເໜີໄອເດຍໃນໂຄງການຕ່າງປະເທດ, ເປັນModeratorໃນເວີກຊ໋ອບ, ເປັນແຂກບັນຍາຍໃນງານຕ່າງໆ… ແຕ່ທີ່ຢ້ານສຸດແມ່ນເປັນ MC ໃນງານທາງການ. ບາງຄົນຈົນເຂົ້າໃຈວ່າ ຂ້ອຍເປັນຄົນບຸກຄະລິກແບບເຂົ້າສັງຄົມ Extrovert, ແຕ່ທີ່ຈິງແລ້ວ Introvert ຈ໋າ ເລີຍຈ້າ. ມີຊ່ວງໜຶ່ງຈັດເວີກຊ໋ອບວັນເສົາ ເທື່ອລະ2ຊົ່ວໂມງ ແຕ່ຫຼັງຈາກແລ້ວງານ ປາກົດວ່າ ຮູ້ສຶກເມື່ອຍ ໝົດພະລັງ ເພາະເຮົາໄດ້ຍືມພະລັງຂອງExtrovert ມາໃຊ້, ແລ້ວວິທີແກ້ຕອນນັ້ນຄື ແລງວັນເສົາຈົນຮອດວັນທິດຄື ເກັບໂຕຢູ່ໃນຫ້ອງເພື່ອເຕີມພະລັງ. ທີ່ເວົ້າເລື່ອງ I ກັບ E ມາຫຼາຍກໍ່ບໍ່ໄດ້ຢາກເອົາມາເປັນຂໍ້ອ້າງ ແລະ ກໍ່ເຊື່ອວ່າບຸກຄະລິກຄົນເຮົາປ່ຽນໄດ້(ແຕ່ຕ້ອງຄ່ອຍໆເປັນຄ່ອຍໆໄປ).

ມາຮອດນີ້ ຢາກບອກວ່າ:
“ແມ້ຈະຢ້ານ ແຕ່ຂ້ອຍກໍ່ຈະສູ້💪 ເພື່ອທີ່ຈະເປັນຄົນທີ່ດີກວ່າ I fear but I will fight in order to become Sakhone in a better version”.

“ຊີວິດຄືການເດີນທາງຮຽນຮູ້ Life is learning journey”

ປລ: ສິ່ງທີ່ຂ້ອຍພະຍາຍາມພັດທະນາມາຕະຫຼອດເຖິງຈະຍາກຊໍ່າໃດກໍຕາມ Things that I never stop trying to improve

#Stella #IcebergChallenge
#Growth #Mindset

--

--

No responses yet