ແບ່ງປັນປະສົບການ NIDA Summer Camp 2018

Sakhone the Learner
4 min readFeb 4, 2019

--

NIDA Summer Camp ແມ່ນຫຍັງ?

NIDA Summer Camp 2018 ຈັດເປັນປີທີ່ 7 ຕິດຕໍ່ກັນ ຈັດຂຶ້ນໂດຍສູນນິດ້າ (NIDA: National Institute of Development Administration) ເປັນໂຄງການແລກປ່ຽນສາກົນ(ເປີດໃຫ້ທົ່ວໂລກ) ແບບຈ່າຍສ່ວນໜຶ່ງ(Partly-funded) ກໍ່ຄືຈ່າຍຄ່າປີ້ຍົນ ແລະ ປະກັນໄພເອງ

ກ່ອນສະໝັກ

ຕອນທີ່ເຫັນປະກາດແບບຟອມໂຄງການນີ້ອອກມາ ຄິດເລີຍວ່າຈະຕ້ອງໄປໂຄງການນີ້ໃຫ້ໄດ້ເພາະຮູ້ສຶກຫົວຂໍ້ເຂົ້າກັບໂຕເອງ ກໍ່ຄືຫົວຂໍ້ Economic Development VS. Sustainable Development ເພາະວ່າ:

  • ການພັດທະນາເສດຖະກິດ Economic Development: ຂ້ອຍຮຽນບໍລິຫານທຸລະກິດ ກໍ່ເລີຍໄດ້ຮຽນເລື່ອງເສດຖະກິດ, ເສດຖະສາດ ແລະ ສາຍທີ່ໃກ້ຄຽງຢູ່.
  • ການພັດທະນາແບບຍືນຍົງ Sustainable Development: ເນື່ອງຈາກຂ້ອຍຄຸກຄີກັບກິດຈະກຳເພື່ອສັງຄົມຢູ່ຕະຫຼອດຢູ່ແລ້ວ ແລະ ໄດ້ເຮັດກ່ຽວ Sustainable Development Goals (SDGs) ຢູ່ແລ້ວ

ຂັ້ນຕອນສະໝັກ

ຂັ້ນຕອນສະໝັກຖືວ່າໂຫດຢູ່ຖ້າທຽບກັບໂຄງການແລກປ່ຽນອື່ນໆ ເພາະມີເອກະສານປະກອບເກືອບ 10 ຢ່າງຄື:

  1. ແບບຟອມຂໍ້ມູນສ່ວນຕົວ
  2. ບົດຄວາມ Essay ຈຳນວນຢ່າງຕຳ່ 1000 ຄຳ (ທຳອິດກັງວົນຢູ່ເພາະບບ່ເຄີຍຂຽນ 1000 ຄຳ ແຕ່ຂຽນໄປໆມາໆແລ້ວຂຽນໄດ້ 1500 ຮາຮາ…ງົງໂຕເອງຢູ່)
  3. CV ເປັນຊີວະປຫວັດຜົນງານຂອງເຮົາ
  4. ໃບຄະແນນ: ດີທີ່ເຮັດໄວ້ແລ້ວ ຮາຮາ
  5. ໃບຢັ້ງຢືນພາສາອັງກິດ
  6. ໃບກວດສຸຂະພາບ: ຕ້ອງໄດ້ໄປເຮັດຢູ່ໂຮງໝໍ
  7. ວິດີໂອ 2 ນາທີ: ແນະນຳຕົວ ແລະ ສະຫຼຸບບົດຄວາມEssay ທີ່ຕົນເອງຂຽນ
  8. Passport

ຕອນສະໝັກ:

  • ເລື່ອນກຳນົດສົ່ງເດດລາຍອອກໄປ
  • ແຕ່ພໍຮອດມື້ເດດລາຍ ເອກະສານບາງອັນຍັງບໍ່ຄົບ ເພາະເຮັດຍັງບໍ່ແລ້ວ ເລີຍຕັດສິນໃຈສົ່ງເທົ່າທີ່ມີ ແລະ ບອກໃນອີເມວວ່າຂໍສົ່ງເອກະສານທີ່ເຫຼືອຊ້າໄດ້ບໍ່? ໂຊກດີທີ່ທີມງານເຂົາເຈົ້າໃຈດີເລີຍໃຫ້ສົ່ງຊ້າໄດ້

ປະກາດຜົນ

ຕອນປະກາດຜົນ ເຮົາກໍ່ລຸ້ນວ່າຈະມີຄົນລາວໄປຈັກຄົນ ແຕ່ພໍເຊັກຈາກລາຍຊື່ອີເມວແລ້ວບໍ່ມີຄົນລາວເລີຍນອກຈາກຂ້ອຍ (ອ້າວ! ໂຊໂລ່ດ່ຽວອີກແລ້ວວວ)

ໃນເມວ ທີມງານຂອງໂຄງການກໍ່ສົ່ງສະແດງຄວາມຍິນດີນຳ ພ້ອມບອກໃຫ້ຈອງປີ້ຍົນ ແລະ ຊື້ປະກັນໄພສົ່ງໃຫ້ເຂົາເຈົ້າ. ຕອນຈອງປີ້ຍົນກໍ່ແອບສຽວໆຢູ່ ເພາະເດືອນຫົກ ເປັນຊ່ວງສົ່ງບົດຈົບຊັ້ນ ແລະ ຂະນະດຽວກັນກະຢາກໄປຫຼິ້ນ ພັກຜ່ອນນຳ.

ໂປຣແກຣມ

  1. ພິທີເປີດ ແລະ ice-breaking

ພິທີເປີດກະຮູ້ສຶກເປັນກັນເອງ ແລະ ກະທັດຮັດດີ ແນະນຳກ່ຽວກັບໂຄງການແບບຄ່າວໆກ່ຽວກັບທຶນແລະສູນນິດ້າ. ສ່ວນຫຼິ້ນເກມ ice-breaking ແມ່ນ ຄະນະບໍດີຜູ້ທີ່ມາກ່າວເປີດມາພາຫຼິ້ນເກມເອງເລີຍ (ຖ້າຈະກັນເອງຂະໜາດນີ້), ເກມແຕ່ລະເກມນີ້ໂຄດມ່ວນເຊັ່ນ: ເກມສົ່ງຢາງບ້ວງດ້ວຍທໍ່ດູດ, ແຕ່ເກມທີ່ຂ້ອຍເຈັບຫົວນຳລະແມ່ນເກມທົດສອບຄວາມຈຳ ກຸ່ມລະ 20–30 ຄົນ (ຄູນດ້ວຍ 3 ເພາະຕ້ອງຈື່ຊື່, ປະເທດ, ແລະອາຫານທີ່ມັກ…ປົກກະຕິຈື່ແຕ່ຈື່ຄົນນິກະຍາກສຳລັບຂ້ອຍລະໃດ໋ ຮາຮາ)

2. Campus Tour

ເປັນການຢ້ຽມຊົມສະຖານທີ່ຕ່າງໆໃນຮົ້ວໂຮງຮຽນ ເຊັ່ນ: ຫໍສະໝຸດ, ເດີ່ນກິລາໃນຮົ່ມ, ສູນແພດ, ພິພິທະພັນ(ມີຮອດພິພິທະພັນຂອງໂຮງຮຽນເອງອີກ…ເລີດ!),…

3. Lecture

ແນ່ນອນ ແຕ່ລະໂປຣແກຣມ ມັນຕ້ອງມີຟັງບັນຍາຍຢູ່ແລ້ວ ຮາຮາ. ເຊິ່ງຟັງບັນຍາຍ ສ່ວນໃຫຍ່ກະຈະມີ 3 ຫົວຂໍ້ໃຫຍ່ໆ

  • ການພັດທະນາເສດຖະກິດ Economic Development ທີ່ເນັ້ນເລື່ອງເສດຖະສາດ ໂດຍສະເພາະເລື່ອງ GDP.
  • ການພັດທະນາແບບຍືນຍົງ Sustainable Development ເຊິ່ງເປັນຫົວຂໍ້ທີ່ກວ້າງຫຼາຍ. ດັ່ງນັ້ນ ຜູ້ບັນຍາຍຈຶ່ງເນັ້ນ 2 ດ້ານຫຼັກໆຄື: ສິ່ງແວດລ້ອມ ແລະ ພະລັງງານ
  • ປັດຊະຍາເສດຖະກິດພໍພຽງ Sufficiency Economy Philosophy (SEP) ທີ່ເປັນປັດຊະຍາຂອງເຈົ້າຊີວິດລາດຊະການທີ 9 ຂອງໄທ.

“Not Extreme, but moderation” — King Rama 9

ພາບຕົວຢ່າງ: ທົ່ງນາທີ່ປູກຢູ່ຫຼັງພະລາດຊະວັງ ເພາະເຈົ້າຊີວິດໄທຕ້ອງການສຶກສາ ແລະ ເຂົ້າໃຈການປູກເຂົ້າຂອງປະຊາຊົນ

4. Culture Performance

ເນື່ອງຈາກເປັນໂຄງການສາກົນ ທີ່ນາໆຊາດອີຫຼີ ປະເທດທີ່ເຄີຍໄດ້ຍິນກໍ່ໄດ້ເຫັນວັດທະນະເຂົາເຈົ້າຕອນນີ້ແຫຼະ ເຊັ່ນ: ມາດາກັສກາ (Madacasca), ໄຮຕິ (Haiti), ມົງໂກລີ (Mongolia), ບັງກາລາເທດ (Bagaladesh), ປາກິສສະຖານ (Pakistan), ພູຖານ (Bhutan), ນິວຊີແລນ (New Zealand)… ທີ່ແປກເມື່ອທຽບກັບໂຄງການອື່ນຄື: ສະແດງສິລະປະຈະເປັນມື້ສຸດທ້າຍ ແຕ່ໂຄງການນີ້ເອົາຕັ້ງແຕ່ມື້ທີ 2 ເລີຍຈ້າ. ໂມເມັ້ນທີ່ປະທັບໃຈກະໄປເຕັ້ນເພງ Koisuru Fortune Cookie ນິແຫຼະ ເພາະຕອນນັ້ນເພງນີ້ກຳລັງເປັນກະແສດັງແຮງ.

5. Walk Rally

ບໍ່ຮູ້ວ່າ ພາສາລາວຈະແປວ່າແນວໃດ? ແຕ່ຄອນເຊັບຄ້າຍໆງານເປີດບ້ານ (Open House) ຫຼື ປະເທດເຮົາກະຊິແມ່ນງານ Vientiane Education Fair (VEF) ທີ່ເປັນການແນະນຳແຕ່ລະຄະນະໃນຮົ້ວມະຫາໄລ ໂດຍເຮົາຈະຕ້ອງເຂົ້າໄປຫຼິ້ນເກມເພື່ອເອົາຂອງລາງວັນໃນແຕ່ລະຫ້ອງຂອງແຕ່ລະຄະນະສາຂາທີ່ມາຈັດກຽມໄວ້.

6. ຮຽນພາສາໄທ

ດ້ວຍຄວາມທີ່ຂ້ອຍເປັນຄົນລາວ ເຂົ້າໃຈພາສາໄທກໍ່ບໍ່ແປກຢູ່ແລ້ວແມ່ນບໍ່? ແຕ່ດ້ວຍຄວາມທີ່ມັກອ່ານປຶ້ມພາສາໄທອີກຍິ່ງຮູ້ຈັກພາສາໄທລະດັບໜຶ່ງເລີຍ ຂ້ອຍຈົນສາມາດສອນຄົນປະເທດອື່ນທີ່ນັ່ງຂ້າງໄດ້ສະບາຍ. ແຕ່ປະເດັນທີ່ພີກສຸດກະຄື ຜູ້ເຂົ້າຮ່ວມໂຄງຄົນໄທຜູ້ໜຶ່ງແລ້ວລາວອ່ານຕາມການຂຽນແບບຄາລາໂອເກະບໍ່ອອກ ແລ້ວລາວມາຖາມຂ້ອຍ ປາກົດວ່າ ຂ້ອຍອ່ານອອກ ຮາຮາ, ຫຼັງຈາກນັ້ນ ຄິດໂມເມັ້ນນີ້ຍາມໃດກະຍັງຢາກຫົວຍາມນັ້ນ.

7. Site Visits

ຫຼັກໆແລ້ວສ່ວນໃຫຍ່ແມ່ນສະຖານທີ່ ທີ່ຖືກປ່ຽນມາເປັນສະຖານທີ່ທ່ອງທ່ຽວທີ່ທັງສາມາດສ້າງລາຍຮັບ ແລະ ຮັກສາສິ່ງແວດລ້ອມ ຫຼື ສົ່ງເສີມວັດທະນະທຳ

  • ເອເຊຍທີກ Asia Tique

ເປັນໂກດັງທ່າເຮືອເກົ່າ ມາເປັນ ຕະຫຼາດກາງຄືນທີ່ຂາຍສິນຄ້າຫຼາກຫຼາຍເຊັ່ນ: ເຄື່ອງທີ່ລະລຶກ, ເຄື່ອງສຳອາງ, ອາຫານທະເລ…

  • ອະຍຸດທະຍາ

ນະຄອນຫຼວງເກົ່າຂອງສະຫຍາມ ກາຍມາເປັນສະຖານທີ່ທ່ອງທ່ຽວປະຫວັດສາດ ແລະ ບ່ອນສຶກສາປະຫວັດສາດໂດຍສະເພາະຄົນລຸ້ນໃໝ່

  • ຂຸນດ່ານປຣາການຊົນ

ເປັນໂຄງການເຂື່ອນກັກເກັບນຳ້ ແລະ ກາຍເປັນສະຖານທີ່ທ່ອງທ່ຽວໃຫ້ຄົນມາຖ່າຍຮູບ ມາພັກຜ່ອນຢ່ອນໃຈ

  • ສູນບູມີຣັກ

ເປັນສະຖານທີ່ ທີ່ຂ້ອນມັກສຸດໃນໂປຣແກຣມນີ້ເລີຍເພາະໄດ້ຮຽນເລື່ອງ SEP ຢ່າງເລິກເຊິ່ງ. ໃນຫຼວງ(ເຈົ້າຊິວິດລາດຊະການທີ 9)ກໍ່ຢາກຊ່ວຍປະຊາຊົນທຸກຍາກບໍລິເວນນີ້ ແຕ່ກໍ່ບໍ່ຢາກລົບກວນການເປັນຢູ່ຂອງປະຊາຊົນ ຈຶ່ງຕັດສິນໃຈຈະເຮັດສູນນີ້ໃນເຂດດິນເປົ່າວ່າງ ເຊິ່ງສະຖານທີ່ສູນແຫ່ງນີ້ ເມື່ອກ່ອນເປັນດິນສົ້ມເຮັດການຜະລິດຫຍັງບໍ່ໄດ້. ໃນຫຼວງກໍ່ເລີຍເຮັດການບຳບັດດິນກ່ອນ ຈຶ່ງເຮັດການຜະລິດ.

“Nature is something outside our body, but our mind is within us” — King Rama 9

8. Presentation

ແນ່ນອນການໄປຢ້ຽມຢາມແຕ່ລະບ່ອນ ບໍ່ແມ່ນໃຫ້ໄປຫຼິ້ນ(ອຸ້ຍ! ໄປຢ້ຽມຊົມລ້າໆ ແຮະໆ) ຕ້ອງມີການສັງເກດແລະເອົາມາເຮັດເປັນບົດພຣີເຊັນກຸ່ມວ່າ ສະຖານທີ່ທີ່ໄປໄດ້ຮຽນຮູ້ຫຍັງ ແລະ ຄວນປັບປຸງໃຫ້ດີຂຶ້ນຄືແນວໃດ?

ຄວາມຮູ້ ແລະ ປະສົບການທີ່ໄດ້

ຄວາມຮູ້ທີ່ໄດ້ຫຼາຍສຸດກໍ່ຄື: ປັດຊະຍາເສດຖະກິດພໍພຽງ ນິແຫຼະ ເຊິ່ງກ່ອນມາໂຄງການກໍ່ມັກຢູ່ແລ້ວ ພໍມາໄດ້ຮຽນຮູ້ອີກຍິ່ງປະທັບໃຈໄປອີກ. ຄຳວ່າ “ພໍພຽງ” ບໍ່ແມ່ນຄຳວ່າ: “ຂີ້ຖີ່ ຫຼື ຂີ້ໜຽວ” ເດີ່ ແຕ່ໝາຍເຖິງໃຫ້ເຮົາຮູ້ຈັກໃຊ້ ໃຊ້ໃຫ້ຖືກວິທີ ແລະ ຮູ້ຈັກພໍປະມານ ເຊິ່ງຈະວ່າໄປກໍ່ຄ້າຍຫຼັກຄຳສອນຂອງພະພຸດທະສາດສະໜາຢູ່.

ປະສົບການ ການຢູ່ຮ່ວມກັນບົນພື້ນຖານຄວາມແຕກຕ່າງກັນທາງວັດທະນະທຳ (Cross-culture understanding) ແລະ ບຸກຄະລິກນິໄສແຕ່ລະຄົນ ບາງຄົນກະໂຄດSmart, ບາງຄົນກະໂຄດເປັນມິດ, ບາງຄົນກະໂຄດອາລົມດີ, ບາງຄົນກະໜ້າຮັກ(ດ໋ຽວໆ! ອັນນີ້ນັບນຳໄດ້ເບາະນິ ຮາຮາ), ບາງຄົນກະຊ່າງສັງເກດຊ່າງສົງໄສ, ບາງຄົນກະ IQ ສູງ ແຕ່ການປະພຶດບໍ່ໂອເຄປານໃດ…

ປະສົບການສ່ວນຕົວອີກອັນໜຶ່ງເລີຍຄື: ການບໍລິຫານເວລາ ເພາະວ່າຊ່ວງນັ້ນຍອມຮັບວ່າເປັນການເປີດເສິກຫຼາຍດ້ານເລີຍກໍ່ວ່າໄດ້ ທັງຮ່ວມໂຄງການນີ້, ທັງເຮັດບົດຈົບຊັ້ນ ເຊິ່ງຈົບໂປຣແກຣມປຸບ ຕ້ອງປຣິ້ນສົ່ງໃຫ້ຄະນະກຳມະການກວດເລີຍ, ທັງເຮັດໂປຣເຈັກອີກ, ພ້ອມທັງມີ ວິດີໂອຄໍ (video call) ເພື່ອກຽມໄປເຂົ້າຮ່ວມອີກໂຄງການໜຶ່ງ; ແລ້ວຍັງບໍ່ພໍ ຍັງມີບານຢູໂຣ ແລະ ການວາງແຜນທ່ຽວທີ່ເປັນຜົນພວງມາຈາກການຈອງປີ້ຍົນລ່ວງໜ້ານິແຫຼະແລະກະຢາກໄປຜ່ອນຄາຍຄືກັນເພາະຊ່ວງນັ້ນເຮັດວຽກໜັກອີຫຼີ work hard, play harder ຮາຮາ.

ຄຳແນະນຳສຳລັບຜູ້ທີ່ສົນໃຈສະໝັກ

ສ່ວນຕົວແລ້ວຄິດວ່າ ຖືກຄັດເລືອກຍ້ອນວ່າຜົນງານຕົວເອງສ່ວນໜຶ່ງທີ່ເຂົ້າກັບໂຄງການ ແລ້ວອີກສ່ວນໜຶ່ງຄືໄດ້ຈາກອ່ານວິເຄາະຈາກຕາລາງກິດຈະກຳໃນໂປຣແກຣມທີ່ເຫັນໄດ້ວ່າຄ້າຍໆກັບໂຄງການໄທອີກທຶນໜຶ່ງທີ່ຕົນເອງເຄີຍໄປ ແລະ ເຫັນຈາກທຶນໄທອື່ນໆເຊັ່ນດຽວກັນຄື: ໂຄງການຈະມີການໄປຢ້ຽມຢາມໂຄງການຕ່າງໆຂອງໃນຫຼວງລາດຊະການທີ 9 ທີ່ສ່ວນໃຫຍ່ຈະເປັນສະຖານທີ່ທ່ອງທ່ຽວເຊິງອະນຸລັກ ແລະ ສູນສຶກສາພັດທະນາຕ່າງໆ ໃຫ້ເຮົາໄປສຶກສາ ໂດຍສະເພາະປັດຊະຍາເສດຖະກິດພໍພຽງທີ່ຊ່ວຍແກ້ບັນຫາສັງຄົມສິ່ງແວດລ້ອມ ແລະ ໃຫ້ຄົນທ້ອງຖິ່ນມີລາຍໄດ້. ພໍເຫັນແນວນັ້ນ ຕອນທີ່ຂຽນປະສົບການທີ່ຂ້ອຍເຄີຍໄປຢ້ຽມຢາມສູນຫ້ວຍຊົ້ວ-ຫ້ວຍຊອນ ທີ່ເປັນກະເສດແບບປະສົມປະສານ ຕັ້ງແຕ່ສະໄໝທີ່ຂ້ອຍຍັງຢູ່ ມ.5 ບວກກັບປະສົບການທີ່ສະສົມມາວ່າຈະຂຽນແນວໃດໃຫ້ເດັ່ນແລະເຂົ້າກັບໂຄງການຫຼາຍທີ່ສຸດ.

ວິດີໂອຕົວຢ່າງກ່ຽວກັບກະເສດປະສົມປະສານ: https://www.youtube.com/watch?v=NR5Z4B7VRvs

ດັ່ງຕົວຢ່າງວິດີໂອລິ້ງທາງເທິງ ເປັນທິດສະດີກະເສດແບບໃໝ່ຕາມແນວທາງເສດຖະກິດພໍພຽງ ກໍ່ຄືມີດິນ ສາມາດແບ່ງເປັນ 4 ສ່ວນຄື:

  • 30% ສວນພືດຜັກໝາກໄມ້
  • 30% ນາເຂົ້າ
  • 30% ສະນຳ້ ສຳລັບລ້ຽງປາ ຫຼື ພືດທີ່ປູກຢູ່ນຳ້
  • 10% ທີ່ຢູ່ອາໄສ
ທິດສະດີກະເສດແບບໃໝ່ຕາມແນວທາງເສດຖະກິດພໍພຽງ

ໂຄງການນີ້ເໝາະກັບຄົນທີ່ຮຽນສາຍໃດກໍ່ໄດ້ ບໍ່ໄດ້ຈຳກັດ ເພາະຫົວຂໍ້ທີ່ສຶກສາ ແລະ ສະຖານທີ່ທີ່ໄປກໍ່ສາມາດນຳຄວາມຮູ້ທີ່ໄດ້ໄປປະຍຸກຕໍ່.

ເນື່ອງຈາກໂຄງການນີ້ບໍ່ແມ່ນໂຄງການແບບທຶນ 100% (fully-funded) ແຕ່ເງິນທີ່ຈ່າຍຄ່າປີ້ຍົນແລະປະກັນໄພ ມັນທຽບບໍ່ໄດ້ເລີຍກັບຄວາມຮູ້, ປະສົບການ ແລະ ເຄືອຂ່າຍທີ່ໄດ້ມາ.

ມາຮອດນີ້ ຖ້າຂ້ອຍຂຽນຫຍັງຜິດພາດປະການໃດກໍ່ຂໍໂທດຂໍອະໄພ ແລະ ຂອບໃຈຫຼາຍໆທີ່ອ່ານຈົນສຸດ

--

--

No responses yet