ແບ່ງປັນປະສົບການ AFMAM 2018 ໂດຍ ສາຄອນ

Sakhone the Learner
5 min readFeb 6, 2019

--

AFMAM ແມ່ນຫຍັງ?

AFMAM ມີຊື່ເຕັມວ່າ ASEAN Foundation Model ASEAN Meeting. ຄຳວ່າ ASEAN Meeting ແມ່ນກອງປະຊຸມອາຊຽນ, ຄຳວ່າ Model ແມ່ນ ຈຳລອງ ໝາຍເຖິງ ເຮັດແບບທຽມຄ້າຍໆຂອງແທ້ຫັ້ນນະ ແລະ ສ່ວນ ASEAN Foundation ແມ່ນເປັນອົງກອນທີ່ຂຶ້ນກັບອາຊຽນເລີຍ ດັ່ງນັ້ນໂຄງການນີ້ແມ່ນຢາກວ່າໃກ້ຄຽງກັບງານແທ້ອີຫຼີ ແລະ ໄດ້ຮັບການກາລັນຕີຈາກອາຊຽນອີຫຼີ. ສະນັ້ນ AFMAM ເປັນໂຄງການທີ່ຈັດເປັນກອງປະຊຸມອາຊຽນຈຳລອງ ໂດຍຜູ້ທີ່ຖືກຄັດເລືອກຈະສະແດງຮັບໜ້າທີ່ເປັນຕົວແທນຜູ້ນຳຂອງບັນດາປະເທດອາຊຽນ ແລະ ແຕ່ລະປີຈະຈັດຕາມປະເທດທີ່ເປັນປະທານອາຊຽນໃນປີນັ້ນໆ ແລະ ຕີມຫົວຂໍ້ກໍ່ເອົາຫົວຂໍ້ທີ່ຄ້າຍໆຜູ້ໃຫຍ່ເພິ່ນປະຊຸມກັນອີຫຼີ.

ໂພສປະກາດຮັບສະໝັກ AFMAM 2018

ຂັ້ນຕອນສະໝັກ

ໂພສທີ່ອະທິບາຍຂັ້ນຕອນຕ່າງໆ

ປີ2018 ໄດ້ຈັດເປັນຄັ້ງທີ3 ແລະເນື່ອງຈາກ 2 ຄັ້ງທີ່ຜ່ານໄດ້ຮັບການຕອບຮັບດີ ທາງASEAN Foundation ຈຶ່ງເພີ່ມໂຄຕ້າຈຳນວນທີມທີ່ເຂົ້າຮ່ວມຈາກປະເທດລະທີມ ເປັນ ປະເທດລະ 2 ທີມ. ດັ່ງນັ້ນ ແບບຟອມສະໝັກຈຶ່ງມີຄວາມຍາກຂຶ້ນ ເອກະສານທີ່ຕ້ອງສະໝັກມີຄື:

  • ທີມໜຶ່ງຕ້ອງມີສະມາຊິກ 7 ຄົນ ແລະ ທີ່ປຶກສາ 1 ຄົນ (ປະເດັນນີ້ກໍ່ມີຄວາມຍາກກວ່າຈະຫາຄົນໄດ້ຄົບທີມ ຕອນຟອມທີມກັນບາງຄົນກໍ່ຂໍຖອນຕົວເພາະເກງວ່າຊ່ວງໂປຣແກຣມເປັນເດືອນກໍລະກົດອາດຈະຖືກເສັງທ້າຍພາກ ແລະປ້ອງກັນບົດ)
  • ສະມາຊິກແຕ່ລະຄົນຕ້ອງມີໃບຢັ້ງຢືນນັກສຶກສາ (ຕອນເປີດຟອມເປັນຊ່ວງປີໃໝ່ລາວ ແລ້ວເອກະສານທີ່ເຮັດເລີຍໃຊ້ເວລາດົນກວ່າປົກກະຕິ ດັ່ງນັ້ນແນະນຳວ່າ ໃຫ້ເຮັດແຕ່ເນີ່ນໆ)
  • ສະມາຊິກແຕ່ລະຄົນຕ້ອງມີ Endorsement Letter ຈາກຄະນະຫຼືສາຂາທີ່ຕົນຮຽນຢູ່
  • ແບບຟອມຂໍ້ມູນສ່ວນຕົວ ແລະ ຟາຍຮູບ 3x4
  • ຂຽນ Motivation Statement ຂອງທີມ
  • ວິດີໂອທີ່ສ້າງສັນ ແນະນຳສະມາຊິກໃນທີມແລະທີ່ປຶກສາ ພ້ອມບອກຜົນງານຜູ້ລະ 5 ຢ່າງ ທັງໝົດພາຍໃນ 2 ນາທີ (ຢຳ້! ພາຍໃນ 2 ນາທີ) ແລ້ວອັບລົງຢູທູບ(ສາມາດໄປຫາເບິ່ງເພີ່ມເຕີມໄດ້)

ແລ້ວສິ່ງບໍ່ຄາດຄິດກໍ່ເກີດຂຶ້ນ ຄືລະບົບສົ່ງແບບຟອມຂອງໂຄງການສົ່ງບໍ່ໄດ້ ກໍ່ເລີຍຮູ້ສຶກກັງວົນວ່າທຸກຢ່າງທີ່ເຮັດມາຢ້ານໄດ້ຖິ້ມໄປລ້າໆ ແຕ່ສຸດທ້າຍກໍ່ສົ່ງຟອມໄດ້.

ໝາຍເຫດ: ອັນນີ້ບໍ່ແນ່ໃຈວ່າມັນກ່ຽວແທ້ບໍ່ ແຕ່ມັນຈະດີກວ່າທີ່ສະມາຊິກທັງ7 ແມ່ນຕ່າງສາຂາຮຽນກັນ. ສະນັ້ນ ບາງຄົນອາດຈະເອົາເອກະສານຂອງໂຮງຮຽນພາສາອັງກິດ ຫຼື ໂຮງຮຽນທີ2 ທີ່ຮຽນສາຍທຸລະກິດກໍ່ໄດ້. ແຕ່ຢ່າງໜ້ອຍຂໍໃຫ້ມີ ສະມາຊິກທີ່ຮຽນສາຍກົດໝາຍພົວພັນຕ່າງປະເທດ ຈັກ1–2 ຄົນຈະເປັນການດີ.

ປະກາດຜົນ ແລະ ຊ່ວງກ່ອນເລີ່ມໂຄງການ

ພໍປະກາດຜົນປຸບ ຮູ້ສຶກດີໃຈແຮງ ທີ່ຄວາມພະຍາຍາມຂອງສະມາຊິກໃນທີມເກີດຜົນສຳເລັດ. ຫຼັງຈາກນັ້ນ ເຂົາເຈົ້າກໍ່ມີການສົ່ງເອກະສານກ່ຽວກັບໂຄງການມາໃຫ້ເບິ່ງ ພ້ອມທັງນັດວິດີໂອຄໍ (video call) ຝຶກອົມຮົມກ່ອນໂຄງການ.

ຕີມ(theme)ອາຊຽນປີ 2018 ແມ່ນ: Resilient and Innovative (ຕາມເອກະສານຂອງກະຊວງການຕ່າງປະເທດ ແປວ່າ: ເຂັ້ມແຂງ ແລະ ທັນສະໄໝ)

ຈາກນັ້ນກໍ່ຈະມີຫົວຂໍ້ຍ່ອຍພ້ອມບອກໜ້າທີ່ຂອງແຕ່ລະຕຳແໜ່ງແບ່ງຕາມ 3 ເສົາຄຳ້ອາຊຽນຄື: ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (APSC: ASEAN Political-Security Community), ປະຊາຄົມເສດຖະກິດອາຊຽນ (AEC: ASEAN Economic Community) ແລະ ປະຊາຄົມສັງຄົມ-ວັດທະນະທຳອາຊຽນ (ASEAN Socio-Cultural Community) ທີ່ຢູ່ໃນລະດັບ Senior Officer ມີ 3 ບວກກັບໃນລະດັບ Ministers ອີກ 3 ຄົນ(ລວມເປັນ 6). ສ່ວນຄົນທີ7 ສາຍໜຶ່ງຈະເປັນກະຊວງການຕ່າງປະເທດ (MOFA) ແລະ ອີກສາຍທີ່ຮັບໜ້າທີ່ເປັນປະເທດດຽວກັນຈະເປັນປະມຸກລັດ (Head of State)

ນີ້ແມ່ນຜັງທັງໝົດຂອງ AFMAM 2018 ໂດຍມີ 2 ສາຍ ມາລວມກັນ
ຮູບພາບຫົວຂໍ້ທີ່ແບ່ງເປັນ 2​ ສາຍ ສາຍລະ 3​ຫົວຂໍ້(ຕາມ 3​ ເສົາຄ້ຳອາຊຽນ)

ນອກຈາກນັ້ນຈະຕ້ອງສົ່ງ Position Paper ເພື່ອບອກສະຖານະການ ແລະ Strategy Paper ສະເໜີນະໂຍບາຍແກ້ໄຂບັນຫາຄ່າວໆກ່ຽວກັບຫົວຂໍ້ທີ່ເຮົາໄດ້

ຊ່ວງໂຄງການ

ມື້ທີ່ຂຶ້ນຍົນເປັນມື້ທຳອິດທີ່ສະມາຊິກໃນທີມຢູ່ຄົບໜ້າຄົບຕາກັນ ຮາຮາ ເພາະກ່ອນໜ້ານັ້ນປ່ຽນກັນຂາດປ່ຽນກັນຊ່ວຍຕິວໃຫ້ກັນ. ເດີນທາງໄປເຖິງທີ່ພັກທີ່ ມະຫາວິທະຍາໄລແຫ່ງຊາດສິງກະໂປ National University of Singapore (NUS) ກໍ່ຄ່ອນຂ້າງເດິກ ແລະ ຫິວໆ.

ເຊົ້າມື້ຕໍ່ມາກໍ່ເລີ່ມເລີຍ ແນ່ນອນເປີດສາກດ້ວຍຟັງບັນຍາຍ Lecture ໃນຫົວຂໍ້ຕ່າງໆເຊັ່ນ: ASEAN, ASEAN Meeting, ASEAN Foundation, Youth Empowerment, ASEAN Economy, ASEAN Law… ແລະ ຫົວຂໍ້ທີ່ອື່ນໆທີ່ຈະສົນທະນາໃນໂຄງການນຳຄື: Resilence and Innovation, Fake News, E-commerce, Smart City, Terrorism, Cyber Security…

ທີ່ເປັນຕາຫົວຄື ເພິ່ນບັນຍາຍເລື່ອງ ເສດຖະກິດ-ການຄ້າ ແລ້ວຕົວເອງຮູ້ສຶກອິນແຮງ ເພາະຮຽນສາຍນີ້. ແຕ່ຫຼັງຈາກເປັນເລື່ອງກົດໝາຍ ເລີ່ມດ້ວຍ Civil Law ກັບ Common Law ແລ້ວໂຕເອງກະບໍ່ເຂົ້າໃຈເລີຍ ປານຟັງພາສາເອລ້ຽນ ຮາຮາ.

“ເຖິງເຈົ້າຈະບໍ່ເຂົ້າໃຈເລື່ອງກົດໝາຍ ຢ່າງໜ້ອຍເຈົ້າກໍ່ເຂົ້າໃຈເລື່ອງເສດຖະກິດທີ່ເຈົ້າຮຽນມາ ຍັງດີກວ່າທີ່ບາງຄົນຮຽນມະຫາໄລມາ 4–5 ປີ ບໍ່ຮູ້ຊຳ້ວ່າ ໂຕເອງໄດ້ຫຍັງແດ່” — ຄົນໆໜຶ່ງໄດ້ກ່າວໄວ້

ຖັດຈາກນັ້ນກໍ່ເປັນການອະທິບາຍເຂົ້າເຖິງຮູບແບບການປະຊຸມຈຳລອງຕໍ່ຈາກທີ່ໄດ້ຕິວກັນຜ່ານວິດີໂອຄໍ ແລະ ອ່ານເອກະສານແລ້ວ.

ຕໍ່ຈາກນັ້ນເຂົາເຈົ້າກໍ່ໃຫ້ເວລາເຄິ່ງມື້ ໃນການໄປພົວພັນກັບປະເທດອື່ນ ຄືທັງໃຫ້ຄຳແນະນຳປະເທດອື່ນທີ່ໄດ້ຮັບໜ້າທີ່ເປັນປະເທດເຮົາ (ຕົວຢ່າງພວກຂ້ອຍແມ່ນຄົນລາວ ຕ້ອງໃຫ້ຄຳແນະນຳ ແກ່ຄົນອິນໂດ ແລະ ຟິລິບປິນທີ່ໄດ້ຮັບໜ້າທີ່ເປັນປະເທດລາວ), ຂະນະດຽວກັນເຮົາກໍ່ຕ້ອງໄປຂໍຂໍ້ມູນກັບປະເທດທີ່ເຮົາເປັນ(ທີມຂ້ອຍເປັນປະເທດອິນໂດ ກໍ່ຕ້ອງໄປຂໍຂໍ້ມູນກັບອິນໂດທີ່ມີ 2 ທີມ) ພ້ອມທັງປຶກສາອີກທີມທີ່ຖືກມອບໝາຍໃຫ້ເປັນປະເທດດຽວກັບເຮົາໃນອີກສາຍໜຶ່ງ (ອີກທີມທີ່ເປັນອິນໂດ ແມ່ນໄທ); ຖ້າອ່ານມາຮອດນີ້ ເກີດອາການມຶນງົງກໍ່ບໍ່ແປກເດີ່ ເພາະຜູ້ຂຽນເອງກະໃຊ້ເວລາປັບຄວາມເຂົ້າໃຈດົນເຕີບ ຮາຮາ. ໃນບັນດາທຸກໆທີມ ທີມພກຂ້ອຍຖືວ່າໂຊກດີສຸດແລ້ວ ເພາະທີມອິນໂດອີກທີມ ກໍ່ເປັນທີມລາວ ແລະ ຜູ້ຊາຍທັງສອງທີມກໍ່ພັກຫ້ອງດຽວກັນອີກ ສະນັ້ນ ລົມກັນແລກຂໍ້ມູນນຳກັນເລີຍ ໃນຂະນະທີ່ອີກສາຍໜຶ່ງປະເທດອິນໂດກໍ່ເປັນຄົນໄທ ເຊິ່ງລົມກັນງ່າຍຢູ່ແລ້ວ. ສະນັ້ນ ມັນກໍ່ຈະວົນວຽນສະຫຼັບກັນມົ່ວຊົ່ວ ຈັບປູໃສ່ກະດົ້ງຢູ່ ແລະ ທັງຮັບແລະສົ່ງຂໍ້ມູນພ້ອມກັນ.

ການປະຊຸມຈຳລອງ:

ຮູບພາບອະທິບາຍຂັ້ນຕອນ ແຕ່ລະຂັ້ນຂອງ AFMAM 2018

1. Opening Ceremony of the ASEAN Summit

ເປີດປະຖົມມະເລີກກອງປະຊຸມອາຊຽນກໍ່ຄື ພິທີເປີດ ໂດຍຈະມີ ຕົວລະຄອນທີ 1 ຄື: ປະມຸກລັດຂອງປະເທດ Head of States (ຕຳແໜ່ງສູງສຸດຂອງແຕ່ລະປະເທດກໍ່ຈະຕ່າງກັນຕາມລະບອບການປົກຄອງແລະຮູບແບບການຈັດຕັ້ງ ບາງປະເທດແມ່ນປະທານປະເທດ, ບາງປະເທດແມ່ນນາຍົກ…) ຈະຂຶ້ນກ່າວ Opening Speech ສັ້ນໆ ປະເທດລະ 2–3 ນາທີ.

ຕໍ່ໄປແມ່ນຕົວລະຄອນທີ 2–6 ດັ່ງທີ່ເກິ່ນໄປກ່ອນໜ້ານີ້

2. Senior Officials Meeting (SOM )

ເປັນກອງປະຊຸມຂັ້ນທຳອິດຂອງກອງປະຊຸມອາຊຽນ ຕຳແໜ່ງ SOM ກໍ່ຈະຢູ່ປະມານນັກວິຊາການ, ຫົວໜ້າພະແນກຂອງກະຊວງ ປະມານນີ້. ສ່ວນເນື້ອຫາທີ່ເອົາມາສະເໜີກັນກໍ່ອີງມາຕາມ Position Paper ກ່ອນໜ້ານີ້.

ຫຼັກການຂອງ ASEAN Way ມີ3ອັນຫຼັກໆຄື

  • Consultation ໝາຍເຖິງປະເທດທີ່ມີບັນຫາກໍ່ຈະໄດ້ຮັບຄຳແນະນຳຊ່ວຍເຫຼືອຈາກປະເທດອື່ນໃຫ້ແກ້ບັນຫາຊ່ວຍກັນ
  • Non-interfere ບໍ່ແຊກການເມືອງພາຍໃນ, ສິດທິຂອງກັນແລະກັນ
  • Consensus ທີ່ທຸກປະເທດຕ້ອງເຫັນດີຈຶ່ງຜ່ານໄດ້ ປະເທດທີ່ບໍ່ເຫັນດີຈະຕ້ອງສະເໜີເຫດຜົນມາອະທິບາຍວ່າເປັນຫຍັງຈຶ່ງບໍ່ເຫັນດ້ວຍ ແລ້ວຊ່ວຍກັນອະທິບາຍແລະ ຫາວິທີແກ້ໄຂນຳກັນ ຈົນກວ່າຈະເຫັນດີທຸກສຽງ ເຊິ່ງມັນຕ່າງຈາກກອງປະຊຸມສະຫະປະຊາຊາດຈຳລອງ Model United Nations (MUN)

ແລ້ວຖ້າ SOM ຕົກລົງກັນບໍ່ໄດ້ຈະມີທາງອອກຢູ່ຫຼັກໆ 3 ທາງຄື:

  • Suspension ຄື ປະຊຸມແບບບໍ່ທາງການ ຄືໃຫ້ຜູ້ເຂົ້າຮ່ວມປະຊຸມສາມາດລຸກອອກຈາກບ່ອນນັ່ງແລ້ວມາຢືນລົມກັນໄດ້
  • Retreat ກໍ່ຄືຂ້າມໄປກ່ອນເອົາໄວ້ສຸດທ້າຍ ຫຼັງຈາກຖົກປະເດັນອື່ນແລ້ວ
  • Escalate ກໍ່ຄືເລື່ອນໂອນໄປໃຫ້ລະດັບ MoM ແກ້

“ No one left behind” – unknown

3. Minister Officials Meeting (MOM)

ແມ່ນຮັບຕໍ່ຈາກ SOM ວ່າມີຍັງຕ້ອງປັບປຸງ ຫຼື ເພີ່ມເຕີມ ລວມທັງປະເດັນທີ່ຖືກເລື່ອນ Escalate ມາ

4. ASEAN Coordinating Council Meeting

ຕໍ່ໄປເປັນໜ້າທີ່ຂອງຜູ້ທີ່ເຮັດໜ້າທີ່ເປັນກະຊວງການຕ່າງປະເທດ (MOFA) ປະຊຸມ ເປັນການລວບລວມປະເດັນຕ່າງໆຂອງແຕ່ລະກະຊວງຈາກ MOM ມາຄັດຈ້ອນເຂົ້າກັນ ແລະ ກຽມພ້ອມເຮັດຂໍ້ຕົກລົງໃຫ້ປະມຸກລັດ

5. Closing Ceremony

ຜູ້ທີ່ເປັນປະມຸກລັດ(Head of States) ອ່ານ ແລະ ເຊັນຂໍ້ຕົກລົງ. ຫຼັງຈາກນັ້ນກ່າວ Closing Speech ຂອງແຕ່ລະປະເທດຜູ້ລະ 2–3 ນາທີ ແລະ ການສົ່ງມອບເຈົ້າພາບໃຫ້ຄັ້ງຕໍ່ໄປ ຕົວຢ່າງ: ເຈົ້າພາບປີ 2018 ແມ່ນປະເທດສິງກະໂປ ມອບຕໍ່ໃຫ້ ເຈົ້າພາບປີ 2019 ແມ່ນປະເທດໄທ.

ຮູບຖ່າຍຊ່ວງທີ່ຕົວແທນປະມຸກລັດແຕ່ລະປະເທດເຊັນຂໍ້ຕົກລົງກັນ
ຮູບຖ່າຍລວມຂອງຜູ້ເຂົ້າຮ່ວມທັງໝົດ

ມອບລາງວັນ ແລະ ແລກປ່ຽນວັດທະນະທຳ

ລາງວັນມີລາງວັນຫຼາຍອີຫຼີ ມີທັງປະເທດທີ່ໄດ້ຮັບມອບໝາຍໃຫ້ເປັນ ເຊິ່ງທີມທີ່ໄດ້ແມ່ນທີມລາວ (ໝາຍເຖິງຟິລິບປິບ ແລະ ອິນໂດເນເຊຍ ທີ່ໄດ້ຮັບມອບໝາຍເປັນລາວ), ລາງວັນດີເດັ່ນແຕ່ລະຕຳແໜ່ງ (SOM,MOM,HoS) ຕາມແຕ່ລະສາຍ, ລາງວັນ Position Paper, ລາງວັນ Social Media Post… ເຊິ່ງປະເທດທີ່ກວດລາງວັນເປັນກອບເປັນກຳກໍ່ຄືມາຈາກຟິລິບປິນ ແລະ ອິນໂດເນເຊຍ ທີ່ເຂົາເຈົ້າສົມກັບຄວາມຕັ້ງໃຈແລະຄວາມພະຍາຍາມ (ປິນ ແລະ ໂດ ບໍ່ໄດ້ມາຫຼິ້ນໆເດີ່ ຊິບອກໃຫ້😏)

ແລກປ່ຽນວັດທະນະທຳ ກໍ່ມີສະຫຼັບກັບການປະກາດລາງວັນ ແລະ ຫຼິ້ນເກມຕອບຄຳຖາມອາຊຽນ ແລ້ວບາງຄຳຖາມກະຖືວ່າມະຫາໂຫດ.

ໂສມໜ້າຕົວແທນຈາກ ສ.ປ.ປ.ລາວ ທັງ 2 ທີມ ທີ່ເຂົ້າຮ່ວມໂຄງການ

Company visit

ເນື່ອງຈາກຜູ້ເຂົ້າຮ່ວມຫຼາຍຈຶ່ງແບ່ງເປັນ 4 ກຸ່ມ ເປັນແພັກເກດສະຖານທີ່ມາໃຫ້ລົງທະບຽນ(ປານຊື້ທົວທ່ອງທ່ຽວ ຮາຮາ)…ໃຜລົງຊ້າ ແມ່ນບໍ່ທັນ ລະກະຕ້ອງໄປເບິ່ງໂຕທີ່ຍັງເຫຼືອ.

ຂ້ອຍເລືອກໄປ SAP ເພາະເຄີຍເຫັນຈາກໂຄງການ ASEAN Data Science (ADE) ເປັນບໍລິສັດຮັບວິເຄາະຂໍ້ມູນ Data Analysis ເພື່ອນຳໄປໃຊ້ປະໂຫຍດ ບໍ່ວ່າຈະການວາງນະໂຍບາຍ, ການລົງທຶນ, ການເຮັດທຸລະກິດ, ການປ້ອງກັນໄພພິບັດ, ການຄົມມະນາຄົມຂົນສົ່ງ…ທີ່ປະທັບໃຈກໍ່ຄືມີຫ້ອງຈຳລອງນຳ ແລ້ວເຂົາເຈົ້າໃຊ້ SAP ໃນເດີ່ນບານເຕະ Allianz Arena ຂອງທີມ Bayern Müchen

City Tour

ເນື່ອງຈາກຂ້ອຍຕິດພາລະກິດ(ຕິດສຳພາດອີກໜຶ່ງທຶນ ແລະ ປ້ອງກັນບົດຈົບຊັ້ນ)ເລີຍໄດ້ປ່ຽນປີ້ຍົນກ່ອນໜ້ານີ້. ຫຼັງຈາກໄປບໍລິສັດ SAPແລ້ວ (City Tour ຂ້ອຍບໍ່ໄດ້ໄປ) ກໍ່ຮີບມາເອົາເຄື່ອງຢູ່ NUS ແລ້ວໄປສະໜາມບິນ ກັບບ້ານໄວກວ່າຄົນອື່ນເລີຍ.

ຄວາມຮູ້ສຶກສ່ວນຕົວ

ເນື່ອງຈາກໂຄງການນີ້ເໝາະກັບສາຍພົວພັນຕ່າງປະເທດ (IR: international Relations) ຢ່າງແທ້ຈິງ ສ່ວນຄົນທີ່ຮຽນສາຍອື່ນກະຊິເປັນງົງໆແດ່ເວົ້າໃນແງ່ຂອງຂັ້ນຕອນພິທີການລວມທັງເນື້ອຫາ ແຕ່ຖ້າໃຜຢາກລອງກໍ່ບໍ່ເປັນຫຍັງ. ສຳລັບໃຜທີ່ຮຽນທຸລະກິດ ແລ້ວໄປຢູ່ AEC ທີ່ກ່ຽວກັບເລື່ອງເສດຖະກິດ ກະຖືວ່າ ໂອເຄຢູ່, ASCC ເປັນເລື່ອງສັງຄົມເລື່ອງໃກ້ຕົວທົ່ວໆໄປກະໂອເຄຢູ່, ສ່ວນ APSC ຕິດພັນກັບເລື່ອງການເມືອງ ຈຶ່ງຄ່ອນຂ້າງມີຄວາມຍາກໄປອີກແບບ.

ສ່ວນຕົວແລ້ວເຄີຍເຂົ້າຮ່ວມ MUN ຢູ່ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ໄດ້ລາງວັນ Best Delegate ກະເລີຍຫ້າວໂດ່ງໆຢາກສະໝັກ AFMAM ອີກ ເພາະມັນໜ້າຈະຄ້າຍກັນ. ໃນຄວາມຈິງຄື MUN ກັບ MAM ຄ້າຍໆກັນໃນເລື່ອງພິທີການ ແຕ່ຄວາມຮູ້ສຶກສ່ວນຕົວຄື MAM ຍາກກວ່າ ເພາະຕ້ອງໃຫ້ທຸກສຽງເຫັນດີນຳກັນເໝາະ ຊຶ່ງຕ່າງຈາກ MUN ທີ່ໂຫວດເອົາສຽງສ່ວນໃຫຍ່ ກະຜ່ານແລ້ວ. ຫຼັງຈາກແລ້ວໂຄງການ AFMAM ຮູ້ສຶກ ຫຼາບແລ້ວ ຮາຮາ, ບໍ່ຍາກເຂົ້າຮ່ວມໂຄງການປະເພດນີ້ອີກແລ້ວ ເພາະດ້ວຍຄວາມຢາກລອງ ແລະ ພໍໄດ້ລອງກໍ່ຮູ້ເລີຍວ່າຕົນເອງບໍ່ເໝາະກັບສາຍນີ້.

ໂຄງການນີ້ບໍ່ເໝາະແກ່ການມາຫຼິ້ນ; ຂ້ອຍກໍ່ບໍ່ໄດ້ໝາຍຄວາມວ່າ ການທີ່ໄດ້ໄປທ່ຽວຢູ່ຕ່າງປະເທດຜ່ານການເຂົ້າຮ່ວມໂຄງການຈະຜິດ ຫຼາຍໆຄົນຄິດແບບນີ້ຂ້ອຍກໍ່ບໍ່ວ່າຫຍັງ ແຕ່ຢາກຂໍ້ຄິດໄວ້ວ່າບໍ່ແມ່ນກັບໂຄງການນີ້ ຫຼື ໂຄງການຂອງ ASEAN Foundation ເພາະໂຄງການເຂົາເຈົ້າມີໂປຣແກຣມທີ່ຄ່ອນຂ້າງເຂັ້ມຂຸ້ນ ແລະ ດັ່ງທີ່ກ່າວຄື ບາງປະເທດເຂົາເຈົ້າບໍ່ໄດ້ມາຫຼິ້ນໆ ມາເພື່ອກວດເອົາລາງວັນອີຫຼີ ແລະ ເຂົາເຈົ້າໃຫ້ຄວາມສຳຄັນຫຼາຍ.

ອີກປະເດັນຄື: ແຜນເວລາທີ່AFMAM ວາງເວລາໄວ້ ໄດ້ມີການຊັກຊ້າ ອັນເນື່ອງມາຈາກເລື່ອງລະບົບສົ່ງຟອມຂັດຂ້ອງທີ່ກ່າວມາ ເຮັດໃຫ້ຊ່ວງທີ່ກຽມຕົວ ເປັນຊ່ວງດຽວກັບຊ່ວງທີ່ຂ້ອຍກຳລັງເຂົ້າຮ່ວມອີກໂຄງການໜຶ່ງຢູ່ແລະກຳລັງຂຽນບົດຈົບຊັ້ນສົ່ງ ເຮັດໃຫ້ມີເວລາກຽມຕົວໜ້ອຍ ສະນັ້ນຢາກແນະນຳຖ້າໃຜຈະສະໝັກແມ່ນ ຄວນຈະມີເວລາໃຫ້ໂຄງການນີ້ໃນການກຽມຄວາມພ້ອມທັງຂໍ້ມູນແລະເວລາ.

ທິ້ງທ້າຍ

AFMAM ຈະຄົງຮູບການເປັນປະມານນີ້ ແຕ່ໃນແຕ່ລະປີຈະມີການປ່ຽນແປງເລັກໆນ້ອຍໆແຕກຕ່າງກັນໄປເຊັ່ນ: ເຈົ້າພາບທີ່ຈະຈັດຕາມປະເທດທີ່ເປັນເຈົ້າພາບອາຊຽນໃນປີນັ້ນ, ຫົວຂໍ້ ແລະ ຕີມ ກໍ່ຂຶ້ນກັບເຈົ້າພາບ, ໄລຍະເວລາຊ່ວງໂຄງການ, ຈຳນວນຜູ້ເຂົ້າຮ່ວມ…

ທີ່ໃສ່ຫົວຂໍ້ບົດຄວາມວ່າ AFMAM ໂດຍສາຄອນ ເພາະວ່າກ່ອນໜ້ານີ້ກໍ່ເຫັນໝູ່ທີ່ເຂົ້າຮ່ວມໂຄງການນຳກັນຂຽນໄປກ່ອນແລ້ວ. ສ່ວນບົດຄວາມນີ້ກໍ່ເລີຍຕັ້ງຊື່ວ່າ “ໂດຍ ສາຄອນ” ກໍ່ຄືເລົ່າໃນແບບຂອງສາຄອນ ເພາະຄວາມຮູ້ສຶກ ແລະ ປະສົບການຂອງແຕ່ລະຄົນອາດຈະມີຈຸດຕ່າງກັນ ມີຈຸດໃຫ້ເລົ່າແຕກຕ່າງກັນ

ອ່ານບົດຄວາມຂອງຜູ້ເຂົ້າຮ່ວມໂຄງການຄົນອື່ນໄດ້ທີ່:

ມາຮອດນີ້ ຖ້າຜິດພາດປະການໃດກໍ່ຂໍໂທດຂໍອະໄພ ແລະ ຂອບໃຈຫຼາຍໆທີ່ອ່ານຈົນຈົບ

Credit Photo: ASEAN Foundation

--

--

No responses yet